ວິທີຈັດວ່າໃຜເປັນຄົນແບບໃດ ຖ້າຫຼິ້ນນໍາໝູ່ນັ່ງເປັນກຸ່ມແລ້ວໃຫ້ໝູ່ເດົາວ່າເຮົາເປັນຄົນແບບໃດຈະມ່ວນສຸດ ເພາະຄົນອື່ນຈະເບິ່ງເຫັນຕົວເຮົາໃນຈຸດທີ່ເຮົາບໍ່ໄດ້ຕັ້ງໂຕໄດ້ດີກວ່າເຮົາເອງ ( ແລະ ກະຈະໄດ້ຮູ້ວ່າໝູ່ຄິດແນວໃດກັບເຮົາ)🤭

ເຮົາມາເບິ່ງນໍາກັນເລີຍນິໄສ 5 ປະເພດຂອງຄົນມີຫຍັງແດ່:
1 . Calm type ຜູ້ຮັກສະຫງົບ ແລະ ມັກຈຸດຢືນ

ຄົນກຸ່ມນີ້ຈະຢູ່ໃນລະຫວ່າງ ” ສະບາຍໃຈ” ແລະ “ເກັບຕົວ ບໍ່ວົນນໍາໃຜ”ມີລັກສະນະເດັ່ນຄື:
- ມີແນວຄິດ ແລະ ຫຼັກການໃຊ້ຊີວິດເປັນຂອງຕົນເອງ
- ຕັດສິນໃຈເດັດຂາດ ແລະ ມີທາງເລືອກທີ່ຊັດເຈນ
- ຂີ້ດື້ ບໍ່ຍອມໃຜ
- ບໍ່ໄປຕາມກະແສ ແລະ ເຊື່ອຄົນຍາກ
- ເນື່ອງຈາກມີມຸມມອງຕໍ່ໂລກ ຕໍ່ສັງຄົມການໃຊ້ຊີວິດເປັນຂອງຕົວເອງ ດັ່ງນັ້ນຈຶ່ງບໍ່ຄ່ອຍເຮັດຫຍັງທີ່ຂັດກັບຕົວເອງ, ຖ້າຢູ່ໃນອົງກອນ ຫຼື ບໍລິສັດໃດມີຄົນປະເພດນີ້ ກໍຈະເຮັດໃຫ້ບັນລຸເປົ້າໝາຍໄດ້.
2. Director type ຜູ້ນໍາທີ່ລ່າເລີງ

ຄົນກຸ່ມນີ້ຈະຢູ່ລະຫວ່າງ “ສະບາຍໃຈ” ກັບ “ກ້າສະແດງອອກ ຫຼື ເປີດເຜີຍ ” ລັກສະນະເດັ່ນຄື:
• ກະຕືລືລົ້ນ ແລະ ມີພະລັງຊີວິດສູງ
• ມີຄວາມໝັ້ນໃຈໃນຕົວເອງສູງ
• ຕື້ເກັ່ງ ຈີບໃຜກະຕິດ
• ບໍ່ເຂີນອາຍ
ເປັນຄົນທີ່ສົດໃສ ມີຄວາມເປັນຜູ້ນໍາຢູ່ໃນຕົວ ໃສ່ໃຈຄົນຮອບຂ້າງ ມັກສະແດງ ທີ່ສໍາຄັນຄົນກຸ່ມນີ້ເປັນຄົນບໍ່ມັກຢູ່ລ້າໆ ມັກເຮັດນັ້ນ ເຮັດນີ້ຕະຫຼອດສາມາດປັບຕົວເຂົ້າຕາມສະຖານະການ ແລະ ຜູ້ຄົນໄດ້ດີ ຄົນກຸ່ມນີ້ສ່ວນຫຼາຍຈະເປັນອາຈານ, ນັກທຸລະກິດ, ດາລາ, ນັກສະແດງ
3. Eccentric type ຄົນໂລກສ່ວນໂຕສູງ

ຄົນກຸ່ມນີ້ຈະຢູ່ໃນຊ່ວງລະຫວ່າງ”ກັງວົນ” กับ “ເກັບຕົວ ບໍ່ວົນໃຜ” ລັກສະນະເດັ່ນຄື:
• ຂີ້ກັງວົນ ຢ້ານນັ້ນຢ້ານນີ້ ຈິດໃຈບໍ່ຄ່ອຍສະຫງົບ
•ມີໂລກສ່ວນໂຕສູງ
• ມັກເກັບກົດ ແລະ ເວລາໄດ້ຮ້າຍຈະຄວບຄຸມອາລົມຕົວເອງບໍ່ໄດ້
• ມັກທຸ້ມເທ ແລະ ເອົາໃຈໃສ່ສະເພາະເລື່ອງທີ່ຕົນເອງມັກ
ຈະບໍ່ຄ່ອຍອາລົມເສຍ ຍ້ອນເປັນຄົນທີ່ມັກກັງວົນ ຈຶ່ງມັກຈະຢູ່ໃນບ່ອນທີ່ປອດໄພ ຫຼື ໂລກຂອງຕົນເອງ ແລະ ມັກຈະຫຼົງເກັບຄວາມຄຽດໄວ້ໂດຍບໍ່ຮູ້ຕົວ ແລະ ຈະລະບາຍຄວາມຄຽດອອກມາໃນທາງທີ່ຄິດບໍ່ເຖິງ ແຕ່ຍ້ອນເປັນຄົນທີ່ມີຈິດໃຈບໍ່ໝັ້ນຄົງ ຈຶ່ງເຮັດໃຫ້ເຫັນອົກເຫັນໃຈຄົນອື່ນເປັນຢ່າງດີ.
4. Blacklist type ເປັນຄົນເປີດເຜີຍ

ຄົນກຸ່ມນີ້ “ກັງວົນ” ກັບ “ກ້າສະແດງອອກ ເປີດເຜີຍ” ລັກສະນະເດັ່ນຄື:
•ອາລົມ,ໃຈດີ, ເຫງົາ,ເສົ້າ, ຄຽດ, ຮຸນແຮງຫຼາຍ
• ອາລົມແປປ່ວນ
• ການກະທໍາມັກຈະເປັນທີ່ສະດຸດຕາຂອງຄົນອື່ນ
• ການສະແດງອອກດີ
ຈັດວ່າເປັນກຸ່ມຄົນທີ່ອາລົມດີເປັນພິເສດ ເຮັດໃຫ້ມັກໄປປະຈົນໄພ ທ້າທາຍແນວໃໝ່ໆ ເປັນຄົນສົນໃຈໂລກພາຍນອກ ມັກສັງເກດພຶດຕິກໍາຄົນຮອບຕົວ ແລະ ແຄຣຄົນອື່ນ.
5. Average type ຄົນທໍາມະດາ ທີ່ບໍ່ທໍາມະດາ

ຄົນກຸ່ມນີ້ຈະຢູ່ລະຫວ່າງກາງສຸດ ລັກສະນະເດັ່ນຄື:
• ເປັນຄົນອ່ານບັນຍາກາດ , ປະເມີນອາລົມຂອງຄົນອ້ອມຂ້າງໄດ້ດີ ແລະ ວາງໂຕເໝາະສົມກັບກາລະເທສະໄດ້ດີ.
• ປັບຕົວເຂົ້າກັບຄົນອື່ນໄດ້ດີ
• ມີທັກສະທາງສັງຄົມດີ
• ບໍ່ຄ່ອຍເວົ້າຄວາມໃນໃຈ ແລະ ເລື່ອງຕົນເອງອອກມາ
ຄົນທໍາມະດາສາມັນ ແຕ່ເປັນກຸ່ມຄົນທີ່ສໍາຄັນ ແລະ ຂາດບໍ່ໄດ້ເລີຍໃນສັງຄົມ, ບໍ່ແມ່ນວ່າທໍາມະດາແລ້ວຈະບໍ່ມີຈຸດເດັ່ນຫຍັງ ,ແຕ່ເປັນທີ່ສໍາຄັນທີ່ມີຄວາມສົມບູນແບບໃນຕົວ, ເປັນຄົນທີ່ເຮັດໃຫ້ບັນຍາກາດບໍດີ ກາຍມາເປັນບັນຍາກາດດີໄດ້ ເພາະເປັນຄົນທີ່ຢູ່ໃຈກາງຂອງທຸກກຸ່ມຄົນ ຈຶ່ງເຮັດໃຫ້ເຂົ້າອົກເຂົ້າໃຈອີກ 4 ກຸ່ມຄົນ, ແຕ່ບາງຄັ້ງກໍໃສ່ໃຈຄົນອື່ນຫຼາຍເກີນໄປ ຈົນບໍ່ສາມາດສະແດງຄວາມຄິດເຫັນທີ່ຕົນເອງຕ້ອງການໄດ້.
ແຫຼ່ງຂໍ້ມູນ: https://www.marumura.com/5-habits/
Credit: https://www.marumura.com/5-habits/
ຮຽບຮຽງໂດຍ: ເຈດຈໍານົງ ວົງພັນສີ

















