ໃນຍຸກນີ້ເປັນຍຸກແຫ່ງການຮັກສາສຸຂະພາບມາແຮງ, ຈຶ່ງເຮັດໃຫ້ໜຸ່ມໆສາວໆຫັນມາໃຫ້ຄວາມສົນໃຈໃນການຮັກສາສຸຂະພາບຫຼາຍຂື້ນ, ເຖິງຂັ້ນຫາວິທີການຕ່າງໆເພື່ອຫຼຸດນໍ້າໜັກໃຫ້ໄດ້ປະສິດທິພາບ, ອອກກໍາລັງ ຫຼື ເຂົ້າຟິດເນັດ, ກິນອາຫານຄຣີນເພື່ອຄຸມອາຫານ, ແຕ່ກະມີຄົນອີກກຸ່ມໜຶ່ງຢາກເພີ່ມນໍ້າໜັກເພື່ອໃຫ້ຫຸ່ນສົມສ່ວນຫຼາຍຂື້ນ ເພາະຍັງມີຮູບຮ່າງຈ່ອຍບາງເກີນໄປ. ສ່ວນຫຼາຍມີແຕ່ເຫັນເຂົ້າເຈົ້າມັກແຊຣວິທີຫຼຸດນໍ້າໜັກ, ແຕ່ບໍ່ຄ່ອຍມີໃຜບອກສູດສໍາຫຼັບຄົນຈ່ອຍ ຢາກຕຸ້ຍ ຫຼື ເພີ່ມນໍ້າໜັກເລີຍ😂 ລົມພັດກະຈະປິວແລ້ວ… ບໍ່ອ້ອມຄ້ອມແລ້ວ ໃຜຢາກຕຸ້ຍ ຫຼື ຢາກເພີ່ມນໍ້າໜັກຍົກມື້ຂື້ນ !!! ສາວໆ ຫຼື ໃຜທີ່ຢາກເພີ່ມນໍ້າໜັກເຂົ້າມາອ່ານທາງນີ້ເລີຍ👇 7 ວິທີເພີ່ມນໍ້າໜັກ ກວດເຊັກສຸຂະພາບ ເຊັກສຸຂະພາບໃນທີ່ນີ້ແມ່ນ ກວດເບິ່ງວ່າໂຕເອງມີໂລກປະຈໍາໂຕຫຍັງບໍ່ ຕົວຢ່າງ: ໂລກກະເພາະ, ລໍາໄສ້ເຮັດວຽກບໍ່ໄດ້ດີ ຈຶ່ງເຮັດໃຫ້ລະບົບຍ່ອຍອາຫານມີຄວາມຜິດປົກກະຕິ ເພາະໂລກຕ່າງໆເຫຼົ່ານີ້ຈະເຮັດໃຫ້ເຮົາກິນເທົ່າໃດກະບໍ່ຕຸ້ຍ, ແຕ່ຖ້າຫາກສາເຫດທີ່ເຈົ້າຈ່ອຍ ມາຈາກກໍາມະພັນແລ້ວ ຄົງຈະເປັນວຽກໜັກຂອງເຮົາທີ່ຈະຕ້ອງກິນໃຫ້ຫຼາຍຂື້ນແລ້ວແຫຼະ 555 2. ຢ່າກິນເຂົ້າ ແລະ ນໍ້າພ້ອມກັນ ຖ້າເຈົ້າເປັນຄົນກິນໜ້ອຍ, ກິນຄໍາ ສອງຄໍາກະອີ່ມ ແຫ່ງບໍ່ຕ້ອງໄປກິນນໍ້າໃນເວລາທີ່ກິນເຂົ້າ ເພາະແຫ່ງຈະເຮັດໃຫ້ເຈົ້າອີ່ມໄວ ໂດຍທີ່ສານອາຫານຕ່າງໆບໍ່ໄດ້ໃຫ້ປະໂຫຍດຫຍັງກັບຮ່າງກາຍຂອງເຈົ້າ. 3. ເພີ່ມຈໍານວນຄາບອາຫານ ພະຍາຍາມກິນໃຫ້ຫຼາຍຂື້ນ ແລະ ຄ່ອຍໆເພີ່ມຄາບອາຫານຈາກ 3ຄາບ ຫາ 5ຄາບ,Continue reading “7ວິທີເພີ່ມນໍ້າໜັກ”
Monthly Archives: March 2021
5ເຄັດລັບຫຼຸດນໍ້າໜັກ
ເຄັດລັບຫຼຸດນໍ້າໜັກຈະກາຍເປັນເຄັດບໍ່ລັບອີກຕໍ່ໄປ, ມື້ນີ້ຕິກຈະເອົາ5ເຄັດລັບຫຼຸດນໍ້າໜັກທີ່ໄດ້ຜົນ, ປະຕິບັດງ່າຍ ເຊິ່ງສາມາດປັບໄດ້ຈາກການກິນມາແຊຣ😂 ການຫຼຸດນໍ້າໜັກເປັນສິ່ງທີ່ຫຼາຍໆຄົນມັກຄົ້ນຫາວິທີການຕ່າງໆຢ່າງຫຼວງຫຼາຍເພື່ອນໍາມາໃຊ້ຫຼຸດນໍ້າໜັກໃຫ້ໄດ້, ແຕ່ເມື່ອນໍາເອົາວິທີ່ເຫຼົ່ານັ້ນມາປະຕິບັດແທ້ໆແລ້ວ ພັດບໍ່ສາມາດຫຼຸດນໍ້າໜັກໄດ້ຈັກເທື່ອ, ອີກຢ່າງໜຶ່ງ ຖ້າປ່ອຍໄວ້ດົນກໍຈະເຮັດໃຫ້ມີຜົນເສຍຕໍ່ສຸຂະພາບ, ມື້ນີ້ຕິກເລີຍຈະມາແນະນໍາສູດລັບໃນການຫຼຸດນໍ້າໜັັກໃນແບບທີ່ໄດ້ຜົນມາຝາກ, ວ່າແຕ່ຈະມີສູດລັບໃດນັ້ນໄປເບິ່ງກັນເລີຍ ດື່ມນໍ້າໃນຕອນເຊົ້າ ເນື່ອງຈາກການດື່ມນໍ້າຈະສາມາດກໍາຈັດສານພິດທີ່ຢູ່ໃນຮ່າງກາຍໃຫ້ອອກໄປໄດ້ , ຍັງຊ່ວຍເສີມສ້າງການເຮັດວຽກຂອງລະບົບເຜົາຜານໄຂມັນຕ່າງໆ ຈຶ່ງຊ່ວຍເຮັດໃຫ້ເຮົາມີຫຸ່ນດີ ແລະ ມີສຸຂະພາບທີ່ດີຈາກການດື່ມນໍ້າອີກດ້ວຍ. 2. ຢ່າອົດອາຫານເຊົ້າເດັດຂາດ ເພາະອາຫານເຊົ້າເປັນຄາບອາຫານທີ່ສໍາຄັນທີ່ສຸດ ທີ່ຈະຊ່ວຍຫຼຸດຄວາມຫິວໃນຄາບຕ່າງໆລະຫວ່າງວັນໄດ້ເປັນຢ່າງດີ, ນອກຈາກນີ້ຍັງມີຜົນການວິໄຈທີ່ບອກວ່າ: ” ຄົນທີ່ກິນເຂົ້າເຊົ້າ ຈະມີຄວາມຕື່ນຕົວ ແລະ ເຮັດສິ່ງຕ່າງໆໄດ້ດີກວ່າການກິນເຂົ້າສວຍ ແລະ ແລງ” 3. ກິນອາຫານທີ່ມີໂປຣຕິນໃຫ້ຫຼາຍຂື້ນ ໂປຣຕິນຄືໜຶ່ງໃນບັນດາອາຫານທີ່ມີຄວາມສໍາຄັນຕໍ່ຮ່າງກາຍ ແລະ ໂປຣຕິນກໍຖືກຍ່ອຍສະຫຼາຍຊ້າທີ່ສຸດ ແຖມຍັງຢູ່ໃນກະເພາະອາຫານໄດ້ດົນກວ່າ ຄຣາໂບໄຮເດຣດ ແລະ ໄຂມັນ ຈຶ່ງເຮັດໃຫ້ເປັນຜົນດີຕໍ່ການຄວບຄຸມນໍ້າໜັກ , ທີ່ຈະເຮັດໃຫ້ເຮົາຮູ້ສຶກອີ່ມດົນຂື້ນ, ທາງທີ່ດີເຮົາຄວນງົດການກິນອາຫານທີ່ເປັນຂະໜົມຈຸບຈິບໃຫ້ນອຍລົງ ແລ້ວປ່ຽນມາຮັບປະທານອາຫານທີ່ເປັນໂປຣຕິນໃຫ້ຫຼາຍຂື້ນກໍຈະເຮັດໃຫ້ເຮົາມີຫຸ່ນດີໄດ້ໄວໆນີ້ 4. ກິນໝາກໄມ້ເປັນປະຈໍາ(ທຸກມື້) ເນື່ອງຈາກນໍ້າ ແລະ ໄຍອາຫານໃນໝາກໄມ້ຈະຊ່ວຍໃຫ້ເຮົາອີ່ມທ້ອງໄດ້ງ່າຍຂື້ນ ແລະ ຍັງມີ ແຄຣວຣໍຣີຕໍ່າ ຈຶ່ງເປັນຕົວຊ່ວຍທີ່ດີໃນການຫຼຸດນໍ້າໜັກ, ແລະ ອີກຢ່າງການກິນໝາກໄມ້ຍັງເປັນການຊ່ວຍຫຼຸດຄວາມຢາກອາຫານລົງອີກດ້ວຍ,Continue reading “5ເຄັດລັບຫຼຸດນໍ້າໜັກ”
