ໃນຍຸກນີ້ເປັນຍຸກແຫ່ງການຮັກສາສຸຂະພາບມາແຮງ, ຈຶ່ງເຮັດໃຫ້ໜຸ່ມໆສາວໆຫັນມາໃຫ້ຄວາມສົນໃຈໃນການຮັກສາສຸຂະພາບຫຼາຍຂື້ນ, ເຖິງຂັ້ນຫາວິທີການຕ່າງໆເພື່ອຫຼຸດນໍ້າໜັກໃຫ້ໄດ້ປະສິດທິພາບ, ອອກກໍາລັງ ຫຼື ເຂົ້າຟິດເນັດ, ກິນອາຫານຄຣີນເພື່ອຄຸມອາຫານ, ແຕ່ກະມີຄົນອີກກຸ່ມໜຶ່ງຢາກເພີ່ມນໍ້າໜັກເພື່ອໃຫ້ຫຸ່ນສົມສ່ວນຫຼາຍຂື້ນ ເພາະຍັງມີຮູບຮ່າງຈ່ອຍບາງເກີນໄປ. ສ່ວນຫຼາຍມີແຕ່ເຫັນເຂົ້າເຈົ້າມັກແຊຣວິທີຫຼຸດນໍ້າໜັກ, ແຕ່ບໍ່ຄ່ອຍມີໃຜບອກສູດສໍາຫຼັບຄົນຈ່ອຍ ຢາກຕຸ້ຍ ຫຼື ເພີ່ມນໍ້າໜັກເລີຍ😂 ລົມພັດກະຈະປິວແລ້ວ… ບໍ່ອ້ອມຄ້ອມແລ້ວ ໃຜຢາກຕຸ້ຍ ຫຼື ຢາກເພີ່ມນໍ້າໜັກຍົກມື້ຂື້ນ !!! ສາວໆ ຫຼື ໃຜທີ່ຢາກເພີ່ມນໍ້າໜັກເຂົ້າມາອ່ານທາງນີ້ເລີຍ👇 7 ວິທີເພີ່ມນໍ້າໜັກ ກວດເຊັກສຸຂະພາບ ເຊັກສຸຂະພາບໃນທີ່ນີ້ແມ່ນ ກວດເບິ່ງວ່າໂຕເອງມີໂລກປະຈໍາໂຕຫຍັງບໍ່ ຕົວຢ່າງ: ໂລກກະເພາະ, ລໍາໄສ້ເຮັດວຽກບໍ່ໄດ້ດີ ຈຶ່ງເຮັດໃຫ້ລະບົບຍ່ອຍອາຫານມີຄວາມຜິດປົກກະຕິ ເພາະໂລກຕ່າງໆເຫຼົ່ານີ້ຈະເຮັດໃຫ້ເຮົາກິນເທົ່າໃດກະບໍ່ຕຸ້ຍ, ແຕ່ຖ້າຫາກສາເຫດທີ່ເຈົ້າຈ່ອຍ ມາຈາກກໍາມະພັນແລ້ວ ຄົງຈະເປັນວຽກໜັກຂອງເຮົາທີ່ຈະຕ້ອງກິນໃຫ້ຫຼາຍຂື້ນແລ້ວແຫຼະ 555 2. ຢ່າກິນເຂົ້າ ແລະ ນໍ້າພ້ອມກັນ ຖ້າເຈົ້າເປັນຄົນກິນໜ້ອຍ, ກິນຄໍາ ສອງຄໍາກະອີ່ມ ແຫ່ງບໍ່ຕ້ອງໄປກິນນໍ້າໃນເວລາທີ່ກິນເຂົ້າ ເພາະແຫ່ງຈະເຮັດໃຫ້ເຈົ້າອີ່ມໄວ ໂດຍທີ່ສານອາຫານຕ່າງໆບໍ່ໄດ້ໃຫ້ປະໂຫຍດຫຍັງກັບຮ່າງກາຍຂອງເຈົ້າ. 3. ເພີ່ມຈໍານວນຄາບອາຫານ ພະຍາຍາມກິນໃຫ້ຫຼາຍຂື້ນ ແລະ ຄ່ອຍໆເພີ່ມຄາບອາຫານຈາກ 3ຄາບ ຫາ 5ຄາບ,Continue reading “7ວິທີເພີ່ມນໍ້າໜັກ”
