ວິທີຈັດວ່າໃຜເປັນຄົນແບບໃດ ຖ້າຫຼິ້ນນໍາໝູ່ນັ່ງເປັນກຸ່ມແລ້ວໃຫ້ໝູ່ເດົາວ່າເຮົາເປັນຄົນແບບໃດຈະມ່ວນສຸດ ເພາະຄົນອື່ນຈະເບິ່ງເຫັນຕົວເຮົາໃນຈຸດທີ່ເຮົາບໍ່ໄດ້ຕັ້ງໂຕໄດ້ດີກວ່າເຮົາເອງ ( ແລະ ກະຈະໄດ້ຮູ້ວ່າໝູ່ຄິດແນວໃດກັບເຮົາ)🤭 ເຮົາມາເບິ່ງນໍາກັນເລີຍນິໄສ 5 ປະເພດຂອງຄົນມີຫຍັງແດ່: 1 . Calm type ຜູ້ຮັກສະຫງົບ ແລະ ມັກຈຸດຢືນ ຄົນກຸ່ມນີ້ຈະຢູ່ໃນລະຫວ່າງ ” ສະບາຍໃຈ” ແລະ “ເກັບຕົວ ບໍ່ວົນນໍາໃຜ”ມີລັກສະນະເດັ່ນຄື: ມີແນວຄິດ ແລະ ຫຼັກການໃຊ້ຊີວິດເປັນຂອງຕົນເອງ ຕັດສິນໃຈເດັດຂາດ ແລະ ມີທາງເລືອກທີ່ຊັດເຈນ ຂີ້ດື້ ບໍ່ຍອມໃຜ ບໍ່ໄປຕາມກະແສ ແລະ ເຊື່ອຄົນຍາກ ເນື່ອງຈາກມີມຸມມອງຕໍ່ໂລກ ຕໍ່ສັງຄົມການໃຊ້ຊີວິດເປັນຂອງຕົວເອງ ດັ່ງນັ້ນຈຶ່ງບໍ່ຄ່ອຍເຮັດຫຍັງທີ່ຂັດກັບຕົວເອງ, ຖ້າຢູ່ໃນອົງກອນ ຫຼື ບໍລິສັດໃດມີຄົນປະເພດນີ້ ກໍຈະເຮັດໃຫ້ບັນລຸເປົ້າໝາຍໄດ້. 2. Director type ຜູ້ນໍາທີ່ລ່າເລີງ ຄົນກຸ່ມນີ້ຈະຢູ່ລະຫວ່າງ “ສະບາຍໃຈ” ກັບ “ກ້າສະແດງອອກ ຫຼື ເປີດເຜີຍ ” ລັກສະນະເດັ່ນຄື:• ກະຕືລືລົ້ນ ແລະ ມີພະລັງຊີວິດສູງ• ມີຄວາມໝັ້ນໃຈໃນຕົວເອງສູງ• ຕື້ເກັ່ງContinue reading “ນິໄສ5ປະເພດຂອງຄົນ”
Monthly Archives: April 2021
ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ ແລະ ນາງ ສັງຂານ
ປີໃໝ່ລາວ ໃນທຸກໆປີໄວລຸ້ນຍຸກໃໝ່ຕ່າງກໍເຂົ້າໃຈພຽງແຕ່ວ່າ ເປັນບຸນປະເພນີຂອງ ປະເທດລາວ ຂອງເຮົາທີ່ມີແຕ່ບູຮານນະການທີ່ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ, ແຕ່ຮູ້ບໍ່ວ່າ ບຸນປີໃໝ່ລາວ ເພິ່ນມີເລື່ອງເລົ່າກ່ຽວກັບ ປະເພນີບຸນປີໃໝ່ລາວ ທີ່ປະຊາຊົນລາວປະຕິບັດສືບກັນມາແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ເຊິ່ງເລື່ອງທັງໝົດກໍມີຢູ່ວ່າ: ໃນສະໄໝພຸດທະການ ມີລູກຊາຍເສດຖີຄົນຫນື່ງຊື່ວ່າ ທຳມະບານກຸມມານ ຮຽນຈົບໄຕເພດ ໂຫລາສາດ ຊູສາດ ແລະ ພາສາສາດ ມີຄວາມຮູ້ເໜືອມະນຸດທັງປວງ ຮູ້ຮອດພາສາສັດຕ່າງໆ ລວມທັງພາສານົກ ຄວາມເກັ່ງກ້າສາມາດ ຂອງ ທຳມະບານກຸມມານ ໄດ້ຊ່າລືໄປເຖິງພະຍາພົມຢູ່ບົນສະຫວັນ ໃນຕອນນັ້ນມີພະຍາພົມອົງຫນື່ງທີ່ເປັນເຈົ້າແຫ່ງພົມ ແລະ ເທວະດາຟ້າແຖນທັງຫລາຍ ຊື່ວ່າພະຍາກາບິນລະພົມ ຄິດຢາກລອງຄວາມຮູ້ຂອງທຳມະບານກຸມມານ ຈິ່ງເຫາະລົງມາ ສູ່ໂລກ ໄປພົບທຳມະບານກຸມມານ ຢູ່ຫໍຜາສາດຊັ້ນທີ 7 ພະຍາກາບິນລະພົມ ໄດ້ຕັ້ງຄຳຖາມສາມຂໍ້ ເຊິ່ງຄໍາຖາມມີຢູ່ວ່າ: “ລາສີຂອງຄົນ ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງຢູ່ໃສ?” ເວົ້າແລ້ວກໍພັດນັດຫມາຍກັບທຳມະບານກຸມມານວ່າ ອີກ 7 ວັນ ຈະລົງມາເອົາຄຳຕອບ ຖ້າຕອບບໍ່ໄດ້ ທຳມະບານກຸມມານ ຈະຖືກຕັດຄໍ ຖ້າຫາກຕອບຖືກພະຍາກາບິນລະພົມ ຈະຍອມ ໃຫ້ຕັດຄໍຂອງຕົນContinue reading “ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ ແລະ ນາງ ສັງຂານ”
ການບໍລິຫານເວລາຢ່າງມີປະສິດທິພາບ
ເວລາເປັນຊັບພະຍາກອນທີ່ມີຈໍາກັດ ແລະ ມີຄຸນຄ່າຫຼາຍທີ່ສຸດ, ໃນແຕ່ລະມື້ເຮົາມີເວລາ 24 ຊົ່ວໂມງເທົ່າກັນ ແລ້ວເຮົາຈະບໍລິຫານເວລາໃຫ້ມີປະສິດທິພາບໄດ້ຈັ່ງໃດ ການໃຊ້ເວລາຢ່າງມີປະສິດທິພາບບໍ່ໄດ້ໝາຍຄວາມວ່າການເຮັດວຽກໄດ້ຫຼາຍໆວຽກໃນມື້ໜຶ່ງ ແຕ່ ໝາຍເຖິງການໄດ້ເຮັດສິ່ງທີ່ສໍາຄັນຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ ເນື່ອງຈາກວຽກແຕ່ລະວຽກມີຄວາມສໍາຄັນບໍ່ເທົ່າກັນ ຫາກເຮົາຄິດວ່າວຽກໃດກໍສໍາຄັນຄືກັນໝົດຈົນລືມໂຟກັສກັບວຽກທີ່ສໍາຄັນກ່ອນກໍຈະເຮັດໃຫ້ເຮົາບໍລິຫານເວລາບໍ່ໄດ້ ແລະ ຫຍຸ້ງຢູ່ຕະຫຼອດເວລາ. ສະນັ້ນມື້ນີ້ຕິກຈະນໍາສະເໜີ ເທັກນິກໃນການບໍລິຫານເວລາຢ່າງມີປະສິດທິພາບ ຈໍາແນກວຽກງານດ້ວຍ Eisenhower Matrix ຫຼັກການນີ້ມາຈາກ ປະທານາທິບໍດີສາຫະລັດອາເມລິກາຄົນທີ 34 Dwight D. Eisenhower ທ່ານຈະບໍລິຫານເວລາຕາມຄວາມສໍາຄັນ ແລະ ຄວາມຮີບດ່ວນຂອງງານ. + ງານທີ່ສໍາຄັນ: ແມ່ນສິ່ງທີ່ເຮັດແລ້ວມີຜົນຕໍ່ຄວາມສໍາເລັດ ແລະ ເປົ້າໝາຍທີ່ຕັ້ງໄວ້. + ງານທີ່ຮີບດ່ວນ: ເປັນວຽກທີ່ຕ້ອງເຮັດໃນຂະນະນັ້ນ ບາງຄັ້ງກໍເປັນບັນຫາທີ່ເກີດມາໂດຍບໍ່ຄາດຄິດ. ດັ່ງນັ້ນ Eisenhower Matrix ມີ 4 ຫ້ອງຄື: 1. ງານທີ່ສໍາຄັນ ແລະ ຮີບດ່ວນ: ໃຫ້ເຮົາຮີບເຮັດວຽກນີ້ກ່ອນ ແລະ ເຮັດໃຫ້ມັນອອກມາດີທີ່ສຸດ ຕົວຢ່າງ: ວຽກບ້ານ ຫຼືContinue reading “ການບໍລິຫານເວລາຢ່າງມີປະສິດທິພາບ”
