Welcome to my site.
ຍິນດີຕ້ອນຮັບສູ່ເວັບໄຊ້ຂອງຂ້ອຍ
欢迎您们来到我的网站
Latest from the Blog
ສະບາຍດີທຸກໆທ່ານ, ກ່ອນອື່ນຈະຂໍນໍາສະເໜີໂດຍຫຍໍ້ກ່ຽວກັບ ເວັບ improve_chinese_language ເຊິ່ງເປັນເວັບຂອງຂ້າພະເຈົ້າ:
- ເຫດຜົນທີ່ສ້າງ:ເນື່ອງຈາກຂ້າພະເຈົ້າຮຽນສອງສາຍ(ສອງສາຂາ) ກໍຄື ພາສາຈີນ ແລະ ຄອມພິວເຕີທຸລະກິດ ເພື່ອໃຫ້ສອງສາຂາວິຊາທີ່ຂ້າພະເຈົ້າໄດ້ສຶກສາ ສາມາດກ່ຽວເນື່ອງກັນຈຶ່ງສ້າງເວັບໄຊ້ດັ່ງກ່າວນີ້ຂື້ນມາ.
- ຈຸດປະສົງ :ເພື່ອສ້າງສື່ການຮຽນການສອນທາງດ້ານພາສາຈີນ, ເປີດໂອກາດໃຫ້ນັກຮຽນນັກສຶກສາຜູ້ທີ່ມີຄວາມສົນໃຈດ້ານພາສາຈີນແຕ່ບໍ່ມີໂອກາດໄດ້ໄປສຶກສາຢູ່ຕາມສະຖາບັນຕ່າງໆ ກໍສາມາດສຶກສາຜ່ານເວັບຂອງຂ້າພະເຈົ້າໄດ້.
- ສິ່ງທີ່ຄາດວ່າຈະໄດ້ຮັບ: ຫວັງວ່າເວັບໄຊ້ດັ່ງກ່າວຈະສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງນັກຮຽນນັກສຶກສາຜູ້ທີ່ມີຄວາມສົນໃຈດ້ານພາສາຈີນ ໄດ້ບໍ່ຫຼາຍກໍ່ໜ້ອຍ.
ຫາກທ່ານໃດສົນໃຈສາມາດກົດSubscribeເວັບເຮົາໄດ້ເດີ້
